ຂ່າວ

ຈີນ​ຈະ​ຈັດ​ງານ​ບຸນ​ການ​ຄ້າ​ທາງ​ອອນ​ລາຍ, ​ເຊິ່ງຈະ​ດຳ​ເນີນ​ແຕ່​ວັນ​ທີ 28 ​ເມສາ​ຫາ​ວັນ​ທີ 10 ພຶດສະພາ​ນີ້, ​ເພື່ອ​ຊຸກຍູ້​ການ​ບໍລິ​ໂພ​ກພາຍຫຼັງ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຕົນ​ໄດ້​ຫຼຸດ​ລົງ 6,8% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ໃນ​ໄຕ​ມາດ​ທຳ​ອິດ.

ງານ​ບຸນ​ດັ່ງກ່າວ​ເປັນ​ບາດກ້າວ​ໃໝ່​ຂອງ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ເພື່ອ​ຂະຫຍາຍ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ໂຣນາ​ສາຍ​ພັນ​ໃໝ່​ຕໍ່​ເສດຖະກິດ​ຂອງ​ຕົນ.

100 ກວ່າ​ບໍລິສັດ​ອີ​ຄອມ​ເມີ​ຊຈະ​ເຂົ້າ​ຮ່ວມ​ງານ​ບຸນ, ຂາຍ​ສິນຄ້າ​ຄຸນ​ນະພາ​ບຫຼາຍ​ຊະນິດ​ນັບ​ແຕ່​ຜະລິດ​ຕະພັນ​ກະ​ເສດ​ເຖິງ​ອຸປະກອນ​ເອ​ເລັກ​ໂຕຼນິກ.ຜູ້ບໍລິໂພກຄາດວ່າຈະໄດ້ຮັບສ່ວນຫຼຸດຫຼາຍຂຶ້ນ ແລະການບໍລິການທີ່ດີກວ່າ.

ສີຍ້ອມ


ເວລາປະກາດ: 28-04-2020