ຂ່າວ

34

ກ່ຽວ​ກັບ​ການ​ຕັດ​ສາຍ​ພົວພັນ​ລະຫວ່າງ​ນັກທຸລະກິດ​ອີຣານ ​ແລະ ທະນາຄານ Kunlun, ປັກ​ກິ່ງ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ກົນ​ໄກ​ທະນາຄານ​ໃໝ່​ເພື່ອ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ການ​ທະນາຄານ​ກັບ​ເຕ​ເຮຣານ.

ມາ​ຮອດ​ປະຈຸ​ບັນ, ບັນດາ​ຜູ້​ຊ່ຽວຊານ​ຂອງ​ອີຣານ ​ແລະ ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ຕ່າງໆ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ລະບົບ​ໃໝ່, ​ແຫຼ່ງຂ່າວ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ບອກ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ຈັນ​ວານ​ນີ້.

​ໃນ​ຂະນະ​ນັ້ນ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ການ​ຄ້າ ອີຣານ-ຈີນ ​ໃນ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ໃຫ້​ກຳນົດ​ລະບົບ​ໃໝ່​ໃນ​ວິວັດ​ການ​ແກ້​ໄຂ​ບັນຫາ​ທະນາຄານ Kunlun.

ທະນາຄານ Kunlun ຂຶ້ນກັບບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດຈີນ ດ້ວຍການເປີດເຜີຍທີ່ຈຳກັດຕໍ່ລະບົບການເງິນທົ່ວໂລກ.


ເວລາປະກາດ: ວັນທີ 06-06-2018